ນູແວນເຊລັງ ອອກຂໍ້ບັງຄັບຈຳກັດການສູບຢາສູບໄຟຟ້າໃນກຸ່ມເຍົາວະຊົນ
ຢາສູບໄຟຟ້າ
ສຳນັກຂ່າວ ຊິນຮວາ ລາຍງານວັນທີ 21 ສິງຫາ, ທ່ານ ອາຢີຊາ ເວີຣຣັລ ລັດຖະມົນຕີ ກະຊວງ ສາທາລະນະສຸກ ນູແວນເຊລັງ ເປີດເຜີຍວ່າ: ປະ
ເທດຂອງຕົນ ໄດ້ອອກຂໍ້ບັງຄັບກ່ຽວກັບການສູບ ຢາສູບໄຟຟ້າ ໃນກຸ່ມເຍົາວະຊົນສະບັບໃໝ່ ເພື່ອຈຳກັດການສູບຢາສູບໄຟຟ້າຂອງປະຊາຊົນໃນກຸ່ມນີ້,
ເຊິ່ງຈະມີຜົນບັງຄັບໃຊ້ໃນວັນທີ 21 ກັນຍາ ທີ່ຈະມາເຖິງນີ້.
ຢາສູບໄຟຟ້າ ຄວນຢູ່ຫ່າງຈາກຄວາມຄິດ ແລະ ການເຂົ້າເຖິງຂອງເດັກ ແລະເຍົາວະຊົນຫລາຍທີ່ສຸດ, ດັ່ງນັ້ນ, ທາງຮ້ານຈຳໜ່າຍຢາສູບໄຟຟ້າລາຍ
ໃໝ່ ຈະຖືກສັ່ງຫ້າມເປີດກິດຈະການໃນໄລຍະຫ່າງ 300 ແມັດ ຈາກໂຮງຮຽນ. ຢາສູບໄຟຟ້າ ຈະຕ້ອງມີກົນໄກດ້ານຄວາມປອດໄພສຳລັບເດັກ ແລະ
ຫ້າມຕັ້ງຊື່ໃນບາງຮູບແບບເຊັ່ນ ເຂົ້າໝົມສາຍໄໝ ແລະ ອື່ນໆ ໂດຍສາມາດໃຊ້ພຽງຊື່ທົ່ວໄປທີ່ຊີ້ບອກລົດຊາດຢ່າງຖືກຕ້ອງ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 25/08/2023